2023ທົ່ວປະເທດສ້າງຄອບຄົວພົ້ນທຸກໄດ້ 32.864 ຄອບຄົວ 

2023ທົ່ວປະເທດສ້າງຄອບຄົວພົ້ນທຸກໄດ້ 32.864 ຄອບຄົວ <img src="http://tinyurl.com/fl4gg" height="1" width="1">
ກອງປະຊຸມກະສິກໍາ,ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມມີບັນດາຮອງລັດຖະມົນຕີ, ບັນດາກະຊວງ-ທຽບເທົ່າກະຊວງ, ບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາທ່ານແຂກຖືກເຊີນທີ່ກ່ຽວຂ້ອງ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນທົ່ວປະເທດ.
ໃນວາລະ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ກປ), ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2023ວ່າ:ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຫັນວ່າປະຊາຊົນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດພື້ນຖານການປະຕິວັດເກົ່າ ລ້ວນແຕ່ໄດ້ຮັບການພັດທະນາດີຂຶ້ນ, ລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງຍົກລະດັບຂຶ້ນເທື່ອລະກ້າວ ຕາມມາດຖານດໍາລັດ 348/ລບແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ ໂດຍລວມ ແມ່ນມີຄວາມຄືບໜ້າ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ເປັນສ່ວນໃຫຍ່.ນອກນັ້ນ, ຍັງສາມາດແກ້ໄຂ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນຢູ່ເຂດຊົນນະບົດດີຂຶ້ນເທື່ອລະກ້າວ. ໃນປີ2023 ສາມາດສ້າງຄອບຄົວພົ້ນທຸກໄດ້ 32.864 ຄອບຄົວ ເທົ່າກັບ 205%ຂອງແຜນການ, ສ້າງຄອບຄົວພັດທະນາ ໄດ້ 50.598 ຄອບຄົວ ເທົ່າກັບ 252,99% ຂອງແຜນການ; ສ້າງບ້ານພັດທະນາບັນລຸ 710 ບ້ານ ເທົ່າກັບ 284% ຂອງແຜນການ, ສ້າງບ້ານພົ້ນທຸກໄດ້ 310 ບ້ານ ເທົ່າກັບ 155% ຂອງແຜນການ; ສ້າງບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດ ໄດ້ບັນລຸ 8 ບ້ານ ເທົ່າກັບ 200% ຂອງຂອງແຜນການ ແລະ ສ້າງເມືອງພົ້ນທຸກໄດ້ 9 ເມືອງ ເທົ່າກັບ 60% ຂອງແຜນການ;ສ້າງເມືອງເຂັ້ມແຂງຮອບດ້ານ ໄດ້ 3 ເມືອງ ເທົ່າກັບ 75% ຄື: 1) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; 2)ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະ 3) ເມືອງທ່າແຂກ ແຂວງຄໍາມ່ວນ. ຈັດສັນພູມລຳເນົາ ແລະ ບ່ອນຢູ່ອາໄສໄດ້ 496 ຄອບຄົວ ເທົ່າກັບ 351% ຂອງແຜນການ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາ ທົ່ວແຂວງປະຈໍາປີ 2024.
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ (ອກສລ) ຄັ້ງທີ IIIໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ອກສລ; ມີ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,
ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນຜ່ານລະບົບ G-Share, G-Drive ໃຫ້ກັບຄະນະກົມ ແລະ ຄະນະວິຊາການພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ ຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສຳນັກ ງານດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ, ມີຮອງສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມວິທະຍາກອນຈາກກະຊວງດັ່ງກ່າວເຂົ້າຮ່ວມ.
ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ໃນວັນທີ 13 ພຶດສະພາຜ່ານມານີ້ ທີ່ທົ່ງນາບ້ານ ນາຕານ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ ລະຫວ່າງ ບໍລິສັດອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ ແລະ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດຂຶ້ນ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ຈົງກົວຟູ ຜູ້ຊ່ວຍບໍລິສັດ ອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ, ທ່ານ ນາງ ເຕີງຈົງ ປະທານບໍລິສັດ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດ.
ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ. ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ
ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ຜ່ານມາ ທີ່ສຳນັກງານດັ່ງກ່າວ ໂດຍການເປັນປະທານຂອງທ່ານນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ມີທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ທ່ານນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ໃນວັນທີ 13 ພຶດສະພາຜ່ານມາ, ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ຮ່ວມກັບຄະນະພັກ -ຄະນະບັນຊາ ກອງບັນຊາການທະຫານແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ຕິດຕາມ, ຊຸກຍູ້ວຽກງານການທະຫານຊາຍແດນ ແລະ ບ້ານຈຳນວນໜຶ່ງ ຕາມ​ຊາຍແດນລາວ, ຫວຽດນາມ ແລະ ກຳປູເຈຍຄື: ກອງປະຕິບັດງານ 207 ເຂດບ້ານສົມບູນ,
ຮອງເຈົ້າແຂວງຊຽງຂວາງມອບເຄື່ອງໃຫ້ບ້ານລ້ອງຄາວ

ຮອງເຈົ້າແຂວງຊຽງຂວາງມອບເຄື່ອງໃຫ້ບ້ານລ້ອງຄາວ

ວັນທີ 13 ພຶດສະພາຜ່ານມານີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານລ້ອງຄາວເມືອງພູກູດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ ສັງກະສີຈຳນວນ 100 ແຜ່ນ, ຜ້າຫົ່ມ 26 ຜືນ, ມຸ້ງ 26 ດາງ, ເກືອ 2 ເປົາ, ເຄື່ອງສຸຂະອະນາໄມ 26 ຊຸດ ລວມມູນຄ່າ15 ລ້ານກີບ.
ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມພະສົງ-ສາມະເນນ

ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມພະສົງ-ສາມະເນນ

ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ອົງການແນວລາວສ້າງຊາດແຂວງສາລະວັນ ຈັດອົບຮົມພະສົງ-ສາມະເນນ ພາຍໃນເທດສະບານເມືອງ ແລະ ແຂວງສາລະວັນ ຈັດຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີພະອາຈານ ດ໋ອງ ດາວວະດິງ ຄະນະປະຈຳ ອພສ ແຂວງ ຫົວໜ້າກັມມາທິການສາທາລະນຸປະການ ປະທານ ອພສ ເມືອງສາລະວັນ.
ເພີ່ມເຕີມ